ການຊົງສ້າງ – ພາກທີ່ 2

ກໍລະນີທາງວິທະຍາສາດສຳລັບການຊົງສ້າງ


ການແນະນໍາ

ພຣະຄຳພີບອກວ່າ ເມື່ອພຣະເຈົ້າຜູ້ຍິ່ງໃຫຍ່ສູງສຸດຊົງສັ່ງ ທຸກສິ່ງກໍ່ເກີດມີຂື້ນ. ພຣະອົງຊົງເນຣະມິດສ້າງສິ່ງຕ່າງໆ ດ້ວຍຄຳສັ່ງຂອງພຣະອົງ ໃຫ້ເກີດຂື້ນ ໂດຍປັດສະຈາກວັດຖຸສິ່ງຂອງ… ຕາມບັນທຶກໄວ້ ພຣະເຈົ້າໄດ້ເນຣະມິດສ້າງຟ້າສະຫວັນ, ໂລກ, ແລະສິ່ງທີ່ມີຊີວິດຕ່າງໆ ພາຍໃນ 6 ວັນ.  

ບົດຮຽນແຫ່ງຄວາມຫວັງບົດເລື່ອງທີ່ 1

ການສັງເກດ & ການພິຈາລະນາ

ເຖິງວ່າໃນກຸ່ມຄົນທີ່ເຊື່ອວ່າໂລກນີ້ຖືກສ້າງມາໂດຍພຮະເຈົ້າ,ມັນມີສິ່ງແຕກຕ່າງຂອງການແປຄວາມມາຍຂອງການຊົງສ້າງທີ່ບັນທຶກໄວ້ໃນພຣະຄຳພີ. ເຖິງວ່າແນວໃດກໍຕາມໃນມູມມອງຂອງພຮະຄຳພີທີ່ໂດດເດັ່ນນອກຈາກນີ້ຍັງມີຂໍ້ຕົກລົງກ່ຽວກັບແນວຄິດທີ່ສຳຄັນຫຼາຍປະການ. ຫຼັງຈາກອ່ານຂໍ້ຄວາມຕັດຕໍ່ວິດີໂອມານີ້ຈາກເດິຮົບ, ໃຫ້ພວກເຮົາພິຈາລະນາແນວຄວາມຄິດເຫຼົ່ານີ້.

ທຳອິດ, ເພາະວ່າພຣະເຈົ້າແມ່ນມີອຳນາດສູງສຸດ, ບໍ່ມີຫຍັງມາຈຳກັດໄດ້, ພຣະອົງສາມາດສ້າງທຸກສິ່ງຕາມທີ່ພຣະອົງເລືອກ, ແມ້ໃຊ້ພຽງລົມປາກ. ແນວຄວາມຄິດນີ້ແມ່ນມັນໄດ້ບົ່ງບອກຢ່າງແຈ່ມແຈ້ງໃນພຮະຄຳພີ:

ພຣະເຈົ້າໄດ້ສັ່ງວ່າ, ‘ໃຫ້ເກີດມີແສງແຈ້ງສ່ອງຂຶ້ນແລະ ກໍ່ເປັນດັ່ງນັ້ນ.(ປະຖົມມະການ 1:3)

ເພາະວ່າພວກເຂົາເຮັດຄືລືມຂໍ້ນີ້ເສຍດ້ວຍພຣະທຳຂອງພຣະເຈົ້າ ຟ້າສະຫວັນຈຶ່ງໄດ້ມີຢູ່ຕັ້ງແຕ່ບູຮານ ແລະ ແຜ່ນດິນໂລກຈຶ່ງເກີດຂຶ້ນຈາກນໍ້າ ແລະ ດ້ວຍທາງນໍ້າ. (ເປໂຕ 3:5)

ຢ່າງທີ່ສອງ, ພຮະອົງໄດ້ສ້າງທູຸກສິ່ງຈາກບໍ່ມີຫຍັງ, ໃຫ້ຄິດເຖິງສິ່ງນັ້ນ, ເມື່ອພວກເຮົາມວນມະນຸດສ້າງຂຶ້ນ,ພວກເຮົາຕ້ອງນຳໃຊ້ຫຼືເຂົ້າໃກ້ສິ່ງທີ່ໄດ້ມີຢູ່ກ່ອນໜ້າພວກເຮົາ. ເມື່ອ ພວກເຮົາສ້າງຂຶ້ນມາພວກເຮົາແມ່ນໄດ້ຖືກສ້າງຄືນມາແທ້.ແຕ່ພຮະເຈົ້າ, ຜູ້ທີ່ສ້າງຈາກຈຸດທີ່ບໍ່ມີຫຍັງ, ແມ່ນມີຄວາມຄິດສ້າງສັນຂຶ້ນມາໃນຫຼາຍແງ່ມູມຄວາມຮູ້ສຶກ:

“….ຄືພຣະເຈົ້າຜູ້ຊົງບັນດານໃຫ້ຄົນທີ່ຕາຍແລ້ວມີຊີວິດຄືນມາ ແລະ ຊົງເອື້ນສິ່ງຂອງທີ່ບໍ່ມີ ໃຫ້ເກີດຂຶ້ນມາ. (ໂຣມ 4:17)

ຢ່າງທີ່ສາມ, ພຣະເຈົ້າໄດ້ສ້າງທັງໝົດໃນໂລກນີ້ມາພຽງຫົກມື້, ພວກເຮົາໄດ້ເຫັນຢ່າງແຈ່ມແຈ້ງທີ່ໃຫ້ເຫັນໃນພຣະຄຳພີ:

ໃນຫົກວັນ ອົງພຣະຜູ້ເປັນເຈົ້າໄດ້ນິລະມິດສ້າງແຜ່ນດິນໂລກ, ທ້ອງຟ້າ, ທະເລທັງຫຼາຍ ແລະສັບພະທຸກສິ່ງຢູ່ໃນນັ້ນ" (ອົບພະຍົບ 20:11)

ໃນຂະນະທີ່ນັກຮຽນທີ່ຮຽນພຣະຄຳພີໄດ້ມີການໂຕ້ຕອບເຖິງເລື່ອງລາວຄວາມໝາຍຂອງຫົກມື້,” ການຢືນຢັນວ່າພຣະເຈົ້າຊົງສ້າງຊັ້ນຟ້າທັງຫຼາຍ ແລະ ແຜ່ນດິນ ແລະ ສິ່ງທີ່ຢູ່ໃນນ້ັນມັນຂັດແຍ້ງກັບຄວາມຄິດທີ່ວ່າໂລກເປັນຜົນແຫ່ງຂະບວນການທີ່ພັດທະນາການຂອງທຳມະຊາດເທົ່ານັ້ນ.

ນັກວິວັດທະນາການບໍ່ໄດ້ເຫັນດີນຳ. ພວກເຂົາເຊື່ອວ່າໂລກບໍ່ໄດ້ຖືກສ້າງໂດຍນັກອອກແບບ, ແຕ່ວິວັດທະນາການມາຈາກຈຸດເລີ້ມຕົ້ນທີ່ທຳມະດາແບບພືດອິນຊີມາສູດລະບົບທີ່ສັບຊ້ອນຂອງຊີວິດທີ່ເຮົາຮູ້ຈັກກັນດີໃນປັດຈຸບັນ.ແຕ່ແນວຄວາມຄິດນີ້ແມ່ນທ້າທາຍກົດພື້ນຖານທາງຟີຊິກ: ກົດທີ່ສອງຂອງອຸປະກອນວັດແທກອຸນຫະພູມເຊິ່ງມັນລະບຸໄວ້ໃນລະບົົບທີ່ປິດທຸກຢ່າງມີແນວໂນ້ມໄປຫາ ເອັນໂທປີ(ການສະລາຍຕົວ).1 ການປະກາດທາງເທັກນິກນີ້ທີ່ເຮັດໃຫ້ເກີດສຽງດັງເວົ້າໂດຍທົ່ວໄປວ່າຫາກປາດສະຈາກການແຊກແຊງຈາກອິດທິພົນພາຍນອກທຸກຢ່າງໃນໂລກທຳມະຊາດນີ້ກໍ່ຈະບໍ່ໄດ້ຮັບການພັດທະນາເມື່ອເວລາມັນຜ່ານໄປ!

ສຸດທ້າຍມັນກໍ່ຈະຖືກທຳລາຍໄປ. ເພື່ອໃຫ້ສິ່ງເຫຼົ່ານີ້ມັນແຈ້ງຂຶ້ນ, ໃຫ້ໄປເບິ່ງພາບສະທ້ອນຜູ້ສ້າງໂມງພໍລີ້ຈາກບົດຮຽນທີ່ 7.

ສົມມຸດວ່າເຈົ້າຢ່າງຢູ່ທົ່ງຫຍ້າ ແລະ ເຈົ້າມາເຫັນສີ້ນສ່ວນຂອງໂມງ. ວິວັດທະນາການອາດຈະບອກວ່າມື້ນຶ່ງສີ້ນສ່ວນນີ້ຈະລວມເຂົ້າກັນປະກອບເປັນໂມງໄດ້. ຫຼື ບາງທີພວກມັນອາດກາຍມາເປັນລົດເກງ. ຄຳອຸປະມາຂອງຊ່າງສ້າງໂມງອາດຈະແນະນຳວ່າຖ້າປາສະຈາກການເຂົ້າມາຂອງຜູ້ອອກແບບສິ່ງເຫຼົ່ານີ້ອາດຈະບໍ່ໂຮມເຂົ້າກັນເປັນໂມງທີ່ໃຊ້ການໄດ້. ອີງໃສ່ກົດລະບຽບທີ່ສອງຂອງຄວາມຮ້ອນ, ພວກເຮົາອາດຈະຄາດວ່າສີ່ນສ່ວນຂອງໂມງນັ້ນສຸດທ້າຍກໍ່ຈະໝ້ຽງກິນ ແລະ ສະລາຍກາຍເປັນຝຸ່ນໄປ!

ເວົ້າແບບງ່າຍວ່າໂລກນີ້ມີຜົນມາຈາກຂະບວນການວິວັດທະນາການໄດ້ຖາມພວກເຮົາໃຫ້ເຊື່ອວ່າເວລາຜ່ານໄປ, ສິ່ງທຳມະດາເຫຼົ່ານີ້ບາງເທື່ອພັກທະນາໄປໄກສູ່ສິ່ງທີ່ສັບຊ້ອນ. ກົດທີ່ສອງອຸປະກອນວັດແທກອຸນຫະພູມໄດ້ບອກພວກເຮົາໃຫ້ຄາດຫວັງໃນສິ່ງທີ່ກົງກັນຂ້າມ!

ແລ້ວມີຫຍັງອີກ, ພຣະຄຳພີໄດ້ບອກພວກເຮົາວ່າພຣະເຈົ້າແມ່ນສິ່ງແນ່ນອນທີ່ດຶງໂລກເຂົ້າກັນເວລານີ້. ພວກເຮົາພົບໃນ ໂກໂລຊາຍ 1:17: ພຣະອົງຊົງເປັນຢູ່ກ່ອນສັບພະທຸກສິ່ງ ແລະ ສັບພະທຸກສິ່ງກໍ່ດຳລົງເປັນລະບຽບຢູ່ໂດຍພຣະອົງ.  ນັກວິທະຍາສາດນິວເຄຍໄດ້ສຶກສາແລ້ວວ່າສ່ວນທີ່ນ້ອຍທີ່ສຸດຂອງອາຕອມໝຸນດ້ວຍຄວາມໄວທີ່ເຂົ້າໃຈຍາກແຕ່ມັນຍັງບໍ່ມີຄຳອະທິບາຍເຖິງສິ່ງທີ່ເຮັດໃຫ້ອາຕອມແຍກຈາກກັນ. ໃນ ໂກໂລຊາຍ 1:17, ໃນພຣະຄຳພີໄດ້ບອກເຮົາວ່າພຣະເຈົ້າແມ່ນຜູ້ດຽວທີ່ດຶງທຸກຢ່າງເຂົ້າກັນ-ແມ້ແຕ່ສ່ວນນ້ອຍໆທີ່ສຸດຂອງອາຕອມ-ຮ່ວມເຂົ້າກັນ.

ການຕັ້ງຄຳຖາມ & ການສະທ້ອນ

  • ໃຫ້ພິຈາລະນາຄຸນລັກສະນະຂອງພຣະເຈົ້າທີ່ພວຫເຮົາຈະຮຽນໃນອາທິດນີ້. ເຈົ້າພົບວ່າມັນຍາກທີ່ຈະເຊື່ອວ່າພຣະເຈົ້າແມ່ນຜູ້ສ້າງທັງໝົດໃນໂລກທີ່ໄດ້ເວົ້າໄວ້ໃນພຣະຄຳພີບໍ? ຍ້ອນຫຍັງ? ຖ້າບໍ່ແມ່ນຍ້ອນຫຍັງ?
  • ມັນໄດ້ບອກວ່າມູມມອງຂອພວກເຮົາກ່ຽວກັບການຊົງສ້າງທີ່ບັນທຶກໃນພຣະຄຳພີຈະກຳນົດມູມມອງຂອງເຮົາກ່ຽວກັບທັງໝົດໃນພຮະຄຳພີ. ມັນຈະເປັນຄວາມຈິງແນວໃດ? ຖ້າການຊົງສ້າງໃນພຮະຄຳພີທີ່ບັນທຶກແມ່ນບໍ່ແມ່ນຄວາມຈິງ, ແລ້ວເຈົ້າຈະເວົ້າຫຍັງກ່ຽວກັບພຣະເຈົ້າ?

ການຕັດສິນໃຈ & ການປະຕິບັດ

ບາງຄົນຢາກຫຼາຍທີ່ຈະຍອມຮັບການບັນທຶກການຊົງສ້າງຢູ່ໃນພຣະຄຳພີ. ທ້າຍທີ່ສຸດເບິ່ງຄືຈະທ້າທາຍກົດຂອງທຳມະຊາດ ແລະ ຕ້ອງມີຄວາມເຊື່ອໃນສິ່ງທີ່ມີຊີິວິດທີ່ສ້າງສັນທີ່ເປັນງານຝີມືທີ່ເຫັນໄດ້, ແຕ່ບາງໃບໜ້າບໍ່ສາມາດເຮັດໄດ້. ດັ່ງຄວາມເຊື່ອທີ່ຕ້ອງມີຄວາມໄວ້ວາງໃຈ, ແຕ່ມັນບໍ່ໄດ້ຮຽນຮ້ອງຄວາມເຊື່ອທີ່ບອດ. ດັ່ງທີ່ພວກເຮົາເຮັດງານນີ້ຜ່ານຄູ່ມືການຮຽນນີ້ ແລະ ພີຈາລະນາ ແລະ ກວດສອບໃນພຣະຄຳພີນັ້ນ, ພວກເຮົາໄດ້ຮໜຮຮູ້ວ່າຄວາມເຊື່ອໃນພຮະຄຳພີນັ້ນມັນບໍ່ສົມເຫດສົມຜົນ, ແລະມັນກໍ່ໄກຈາກການຄວາມມືດບອດ.

ພວກເຮົາໄດ້ໃຊ້ເວລາກັບຄວາມສຳຄັນນີ້ຫຼາຍໃນການຮຽນເພື່ອໃຫ້ເຂົ້າໃຈວ່າເປັນຫຍັງພຣະຄຳພີຈຶ່ງເຊື່ອຖືໄດ້. ການສ້າງສິ່ງນີ້ແມ່ນໃຫ້ນໍ້າໜັກຕໍ່ສິ່ງທີ່ພຮະຄຳພີເວົ້າກ່ຽວກັບຄຸນລັກສະນະຂອງພຣະເຈົ້າ. ແລະຜ່ານສິ່ງທີ່ເຮົາຮຽນຮູ້ກ່ຽວກັບຄຸນລັກສະນະຂອງພຣະເຈົ້າ. ພວກເຮົາສາມາດເຈົ້າໃຈວ່າພຣະເຈົ້າສາມາດຖິງວິທີສ້າງໂລກນີ້ ແລະ ທຸກສິ່ງໃນນັ້ນ, ຄືກັບໃນພຮະຄຳພີໄດ້ເວົ້າວ່າພຣະອົງເປັນຜູ້ເຮັດ. ຄວາມເຂົ່້າໃຈຂອງບຸກຄະລິກກະພາບ ແລະ ທຳມະຊາດ ຂອງພຣະເຈົ້າ ບໍ່ໄດ້ຕັດຄວາມຈຳເປັນສຳລັບຄວາມເຊື່ອແຄ່ມັນຕັດຄວາມຈຳເປັນສຳລັບຄວາມເຊື່ອທີ່ບອດ.

ຫຼາຍຄົນປະຕິເສດຫຼື ປະຕິເສດຂໍ້ຮຽກຮ້ອງໃນພຣະຄຳພີຍ້ອນວ່າພວກເຂົາພົບວ່າພວກເຂົາຢູ່ນອກບໍລິບົດ,ໂດຍບໍ່ໄດ້ວາງຮາກພື້ນຖານຂອງຄວາມເຊື່ອ. ເປົ້າໝາຍຂອງຄູ່ມືການຮຽນນີ້ແມ່ນເພື່ອສ້າງບໍລິບົດນັ້ນເພື່ອໃຫ້ເຂົ້າໃຈຖືກກັບການຮຽກຮ້ອງຂອງພຮະຄຳພີ, ເພື່ອສ້າງຮາກຖານພື້ນຖານຂອງຄວາມເຊື່ອ, ປະຕິບັດຕາມຂໍ້ສັ່ງສອນ. ຖ້າເຈົ້າພົບສິ່ງຢູ່ໃນການຮຽນນີ້ວ່າມັນຍາກທີ່ຈະເຂົ້າໃຈຫຼື ເຊື່ອ, ຢ່າຟ້າວະຕິເສດມນ,ໃຫ້ຂໍກຳລັງມາຈາກພຣະເຈົ້າໃຫ້ສ້າງພື້ນຖານຂອງຄວາມເຊື່ອຂອງເຈົ້າແທນ, ແລະ ຢາກທີ່ຈະຮູ້ຈັກພີຣະອົງດັ່ງທີ່ພຮະອົງຈາກໃຫ້ເຈົ້າຮູ້ໃນຄຳເວົ້າຂອງພຮະອົງ.

Footnotes

1Wikipedia®, Second Law of Thermodynamics. (http://en.wikipedia.org/wiki/Second_law_of_thermodynamics). Retrieved November 15, 2006.