ການສິ້ນສຸດຂອງສົງຄາມຄັ້ງຍິ່ງໃຫຍ່

ມື້ໜື່ງພຣະເຈົ້າຈະເອົາຊະມານຊາຕານ, ຄວາມບາບ ແລະ ຄວາມຕາຍຕະຫຼອດໄປ!


ການແນະນໍາ

ສັດຕູຂອງເຮົາ, ຊາຕານ, ຊອກຫາທາງທີ່ຈະຊິງອຳນາດຂອງພຣະເຈົ້າຢູ່ ແລະ ຂັດຂວາງຈຸດປະສົງຂອງພຣະເຈົ້າທີ່ມີໃນຊີວິດຂອງເຮົາ. ແຕ່ໃນພຣະຄຳພີກໍ່ບອກຢ່າງຈະແຈ້ງວ່າ, ຊາຕານຈະບໍ່ຊະນະ, ຄຳເດັດຂາດສຸດທ້າຍແມ່ນຂອງພຮະເຈົ້າ ແລະ ພຣະເຈ້ົາຜູ້ດຽວ. ຄວາມຫວັງ ເວົ້າເປັນຄືແບບນີ້:

ຊາຕານຈະບໍ່ຊະນະພຣະເຈົ້າ, ສຳລັບພຣະເຈົ້າແລ້ວແມ່ນມີອຳນາດໃຫ່ຍສຸດທັງໝົດ. ແລະມື້ນັ້ນກໍ່ຈະມາເຖິງມື້ທີ່ຊາຕານ ແລະ ມານຊົ່ວຮ້າຍທັງຫຼາຍຈະຖືກໂຍນິ້ມໄປບ່ອນທີ່ພຣະເຈົ້າໄດ້ກຽມໄວ້ສຳລັບພວກມັນ, ບ່ອນນັ້ນເອີ້ນວ່າ ບຶງໄຟນະຮົກ. ແຕ່ກ່ອນຈະຮອດມື້ນັ້ນ ຊາຕານມັນຈະເຮັດທຸກຢ່າງທີ່ຈະເຮັດໃຫ້ພຣະເຈົ້າເຈັບໂດຍການທົດລອງເພື່ອທຳລາຍທຸກຄົນທຸກສິ່ງທີ່ພຮະເຈົ້າຮັກ.

– ຄວາມຫວັງ, ບົດທີ 2

ການສັງເກດ & ການພິຈາລະນາ

ໃນບົດສຸດທ້າຍຂອງປື້ມພຣະຄຳໄດ້ບອກເຮົາວ່າໃນມື້ໜຶ່ງຊາຕານຈະໄດ້ຖືກໂຍນລົງບຶງໄຟນະຮົກຕະຫຼອດໄປ.1 ໃນປຶ້ມພຣະຄຳດຽວກັນນັ້ນໄດ້ບອກວ່າຫຼັງຈາກທີ່ຊາຕານໄດ້ໝົດລິດເດດແລ້ວ, ພຣະເຈົ້າຈະເຊັດນໍ້າຕາຈາກທຸກຍົດຈາກຕາຂອງພວກເຂົາ; ຄວາມຕາຍຈະບໍ່ມີອີີກຕໍ່ໄປ. ຄວາມໂສກເສົ້າ, ການຮ້ອງໄຫ້ ແລະ ຄວາມເຈັບປວດກໍ່ຈະບໍ່ມີອີກຕໍ່ໄປ ເພາະວ່າສິ່ງທີ່ມີຢູ່ຄາວກ່ອນນັ້ນກໍ່ໄດ້ຜ່ານພົ້ນໄປແລ້ວ (ພຣະນິມິດ 21:4).

ມື້ທີ່ດີມື້ນັ້ນຈະແມ່ນມື້ໃດ! ແລ້ວອີກດົນປານໃດ? ທີ່ໂລກນີ້ຈະປາດສະຈາກຄວາມເຈັບປວດ, ໂສກເສົ້າ, ຄວາມຕາຍ ເບິ່ງທ່າຄືຈະເປັນໄປບໍ່ໄດ້? ອີງໃສ່ພຣະເຈົ້າແລ້ວມັນບໍ່ແມ່ນ ພຽງແຕ່ເປັນໄປໄດ້ເທົ່ານັ້ນ, ແຕ່ມັນແນ່ນອນຈາກຈຸດທີ່ເຈົ້ົາເບິ່ງ, ມັນອາດຈະຍາກທີ່ຈະເປັນພາບເຖິງມື້ນັ້ນ. ແຕ່ພຣະເຈົ້າເຫັນວ່າແມ່ນຫຍັງທີ່ເຮົາເຮັດບໍ່ໄດ້. ພຣະອົງມີມູມມອງການເບິ່ງທີ່ແຕກຕ່າງ.

ໃຫ້ຄິດຕາມພາບປະກອບນີ້. ຜ້າພົມແມ່ນສິນລະປະຂອງການທັກແສ່ວທີ່ມີຫຼາຍຈຸດທີ່ຖືກສອດປະສານຫຼື ທັກແສ່ວຈາກເຄື່ອງແສ່ວ. ຖ້າເຈົ້າເບິ່ງເວລາຜ້າພົມເຮັດສຳເລັດແລ້ວຈາກທາງໜ້າ ມັນຈະເຮັດໃຫ້ຕະລຶງເຖິງຄວາມງາມຂອງການອອກແບບ ຫຼື  ສາກພາບທາງໜ້າ. ແຕ່ຖ້າເຈົ້າປີ້ນຜ້າໄປທາງຫຼັງຜ້າ, ຝ້າຍທີ່ຢູ່ທາງຫຼັງຈະເຫັນເປັນມະຍຸມະຍະ. ອາດບໍ່ຄ້າຍຄືກັນກັບພາບທີ່ຢູ່ທາງໜ້າ. ທາງຫຼັງສາມາດເບິ່ງຂີ້ຮ້າຍໄດ້.

ໂລກທີ່ພວກເຮົາຢູ່ປະຈຸບັນສາມາດເບິ່ງເປັນຄືທາງຫຼັງຂອງຜ້າພົມ, ເຖິງເກີດຂຶ້ນໂດຍທີ່ບໍ່ສາມາດເຂົ້າໃຈໄດ້ເລີຍ. ເມື່ອຄວາມເຈັບປວດ ແລະ ຄວາມທົນທຸກ ເຂົ້າມາໃຫ້ເຮົາເຫັນ, ໂລກນີ້ສາມາດເບິ່ງໄດ້ຂີ້ຮ້ານ. ແຕ່ພຣະເຈົ້າກຳລັງທັກໄໝພົມທີ່ສວຍງາມ. ຖ້າເຈົ້າສາມາດເຫັນຕອນພາບຕອນສຳເລັດໃນອີກເບື້ອງໜຶ່ງຂອການອອກແບບຂອງພຣະເຈົ້າ, ເຈົ້າຈະຮູ້ໄດ້ວ່າພຣະອົງມີແຜນການ ແລະ ຜົນໄດ້ຮັບແມ່ນສິ່ງທີ່ສົມບູນແລະສວຍງາມ. ພຣະເຈົ້າມີແຜນການທີ່ນິລັນທີ່ບໍ່ໄດ້ເຊື່ອງສອ້ນໄວ້. ພຣະອົງໄດ້ຫ້ແຜນການກັບພວກເຮົາໃນພຣະຄຳພີ. ມັນແມ່ນການດີ ແລະ ແຜນທີ່ສົມບູນແບບ-ເມື່ອພວກເຮົາແນ່ນອນໃຈກັບສິ່ງນັ້ນ.

ການຕ້ັງຖາມ & ການສະທ້ອນ

ຜ່າ່ນພຣະຄຳພີ, ພຣະເຈົ້າເຕື່ອນພວກເຮົາວ່າພຣະອົງບໍ່ໄດ້ພຽງແຜນການສຳລັບໂລກນີ້, ແຕ່ພຮະອົງມີແຜນສຳລັບທຸກໆຄົນໃນນັ້ນພ້ອມເຊັ່ນກັນ. ມັນມີສະຖານະການໃດໃນຊີວິດຂອງເຈົ້າບໍ່ທີ່ເບິ່ງຄືຫຼັງຜ້າພົມ? ອີງຕາມວິທີທາງທີ່ປະກົດຂຶ້ນຈາກການເບິ່ງທາງຫຼັງຜ້າ”, ພຣະເຈົ້າມີແຜນການສຳລັບຊີວິດເຈົ້າ, ແລະ ແຜນການທັງໝົດແມ່ນເບິ່ງແຕກຕ່າງຈາກຈຸດທີ່ພຣະເຈົ້າເບິ່ງ ແລະ ຈຸດສຳຄັນນັ້ນແມ່ນພວກເຮົາຈຸດທີ່ພວກເຮົາເັນໄດ້ເມື່ອພວກເຮົາອ່ານພຣະຄຳພີ.

ພຣະຄຳພີໄດ້ສັນຍາວ່າພວກເຮົາຮູ້ແລ້ວວ່າ ພຣະເຈົ້າຊົງຮ່ວມກັບຄົນທັງຫຼາຍທີ່ຮັກພຣະອົງ ເພື່ອໃຫ້ເກີດຜົນດີມຮທຸກສິ່ງ ຄືຄົນທັງປວງທີ່ພຮະອົໄດ້ຊົງເອີ້ນໄວ້ຕາມພຣະປະສົງຂອງພຣະອົງ (ໂຣມ 8:28). ພຣະເຈົ້າມີແຜນການສຳລັບເຈົ້າ.2 ແລະແມ້ແຕ່ຊາຕານກໍ່ໍ່ມີອຳນາດຂັດຂວາງແຜນການຂອງພຣະເຈົ້າ.3 ການຕໍ່ຕ້ານມັນຈະມາແທ້, ແຕ່ສຳລັບຜູ້ຄົນທີ່ຕິດຕາມພຣະເຈົ້າ, ໃນພຣະຄຳພີເວົ້າວ່າ ລູກນ້ອຍທັງຫຼາຍເອີຍ, ສ່ວນເຈົ້າທັງຫຼາຍກໍ່ເປັນຝ່າຍພຣະເຈົ້າ ແລະ ໄດ້ຊະນະເຂົາເຫຼົ່ານັ້ນແລ້ວເພາະວ່າພຣະອົງຜູ້ຊົງສະຖິດຢູ່ໃນພວກເຈົ້າຊົງເປັນໃຫ່ຍກວ່າຜູ້ນັ້ນທີ່ຢູ່ໃນໂລກ. ”  (ໂຢຮັນ 4:4).

ການຕັດສິນໃຈ & ການປະຕິບັດ

ເຈົ້າໄດ້ເບິ່ງຊີວິດຂອງເຈົ້າຈາກເບື້ອງຫຼັງຂອງຜ້າພົມບໍ?” ໃຫ້ເຂົ້າເຖິງພຣະຄຳຂອງພຣະເຈົ້າ, ພຣະຄຳພີ, ແລະ ໃຫ້ເລີ້ມຄົ້ນຫາຮູບພາບທີ່ສວຍງາມທີ່ພຣະເຈົ້າຕ້ອງການສ້າງກັບຊີວິດຂອງເຈົ້າ.

ຈາກພຣະຄຳ ໂຣມ 8:28 ພວກເຮົາເຫັນວ່າ ພວກເຮົາຮູ້ແລ້ວວ່າ ພຣະເຈົ້າຊົງຮ່ວມກັບຄົນທັງຫຼາຍທີ່ຮັກພຮະອົງ ເພື່ອໃຫ້ເກີດຜົນດີໃນທຸກສິ່ງ ຄືຄົນທັງປວງທີ່ພຣະອົງໄດ້ຊົງເອີ້ນໄວ້ຕາມພຮະປະສົງຂອງພຣະອົງ.

ແລ້ວຄວາມຮັກໃນຄວາມສຳພັນກັບພຣະເຈົ້າເປັນແນວໃດສຳລັບເຈົ້າ? ຖ້າເຈົ້າຮັກພຣະອົງ, ຂໍ້ພຣະຄຳພີນີ້ສຳລັບເຈົ້າ. ຖາມພຣະເຈົ້າໃຫ້ສະແດງໃຫ້ເຈົ້າເຫັນໃນທຸກຢ່າງທີ່ອາດເຊື່ອງສ້ອນໃນຄວາມສຳພັນຂອງເຈົ້າກັບພຣະອົງ. ຖ້າພຮະອົງສະແດງໃຫ້ເຈົ້າເຫັນບາງຢ່າງທີ່ເຂົ້າມາລະຫວ່າງຄວາມສຳພັນເຈົ້າ, ຖາມພຣະອົງໃຫ້ຊ່ວຍເອົາມັນອອກໄປ.

Footnotes

1ການເປີດເຜີຍ 19:20
2ເອເຟໂຊ 2:10

3ໂຣມ 8:38-39