ການນໍາສະເຫນີ

ມີຈຸດປະສົງສຳລັບໂລກນີ້ ແລະ ສຳລັບຂ້ອຍບໍ່?


  

ວິດີໂອ ຄວາມຫວັງ (The HOPE) ເລີ່ມຕົ້ນດ້ວຍຄຳເຫຼົ່ານີ້…ຕະຫຼອດເວລາຜູ້ຄົນໄດ້ພິຈາລະນາໂລກທີ່ພວກເຮົາອາໄສຢູ່; ຄວາມຊັບຊ້ອນ ແລະ ຄວາມງາມຂອງທຳມະຊາດ, ຄວາມລຶກລັບຂອງຊີວິດແລະຄວາມຕາຍ, ຄວາມລຶກຂອງຄວາມສຸກ ແລະ ຄວາມທຸກຄວາມທຸກຂອງມະນຸດ… ແລະ ພວກເຂົາໄດ້ສົງໄສວ່າມັນເກີດຂື້ນແນວໃດ? ໂລກນີ້ເປັນຜົນມາຈາກ ໂອກາດ ຫຼື ຈາກການອອກແບບ? ມີບາງສິ່ງ ຫຼື ບາງຄົນຢູ່ເບື້້ອງຫຼັງຂອງທຸກສິງນີ້ບໍ່? ແລະຖ້າມີສິ່ງທີ່ມີສິ່ງດັ່ງກ່າວແລ້ວຜູ້ນັ້ນເປັນແບບໃດ? ຜູ້ນັ້ນມີແຜນການສຳລັບໂລກນີ້ບໍ? ຜູ້ນັ້ນມີຈຸດປະສົງ ສຳລັບຂ້ອຍເໜືອໂລກນີ້ບໍ່? 

- ນຳສະເໜີວິດີໂອ ຄວາມຫວັງ (The HOPE), ຄຳນຳ

ການສັງເກດ ແລະ ການພິຈາລະນາ

ຄຳ ຖາມເຫຼົ່ານີ້ຕັ້ງແຕ່ເລີ່ມຕົ້ນຂອງຄວາມຫວັງ (HOPE) ບໍ່ແມ່ນຄຳ ຖາມໃໝ່. ຜູ້ຄົນໄດ້ຄິດທົບທວນກ່ຽວກັບຄວາມໝາຍ ແລະ ຈຸດປະສົງຂອງຊີວິດຂອງພວກເຂົາ, ແລະ ພວກເຂົາໄດ້ຕັ້ງ ຄຳຖາມກ່ຽວກັບທີ່ມາຂອງຜູ້ຊົງສ້າງທີ່ສູງສົ່ງ.ສຳລັບ ຫລາຍຄົນ, ຄຳຖາມກ່ຽວກັບຈຸດປະສົງ ແລະ ການຊົງຢູ່ຂອງພຣະເຈົ້າແມ່ນບໍ່ສາມາດໄຈ້ແຍກໄດ້. ແມ່ນແຕ່ ຜູ້ທີ່ບໍ່ເຊື່ອພຣະເຈົ້າທີ່ໂດ່ງດັງໃນສະຕະວັດທີ 20 ທ່ານ ເບີ - ແທຣນ ຣັສແຊລ Ber- trand Russell ເຄີຍກ່າວວ່າ, ຄຳຖາມກ່ຽວກັບເປົ້າໝາຍຂອງຊີວິດກໍ່ບໍ່ມີຄວາມໝາຍ.” 1

ເປັນຫຍັງຄົນທີ່ບໍ່ເຊື່ອພະເຈົ້າຈິ່ງເວົ້າແບບນັ້ນ? ເພາະສະແດງເຖິງເຈດຕະນາ ແລະ ຄວາມຕັ້ງໃຈອອກ ແບບ. ແລະ ຖ້າຫາກມີການອອກແບບໃຫ້ໂລກນີ້, ກໍ່ຕ້ອງມີຜູ້ອອກແບບ. ບາງເທື່ອອາດຈະມີຄຳຖາມສຳຄັນກວ່າ ເປົ້າຫມາຍຂອງຊີວິດ

ແມ່ນມີຜູ້ອອກແບບບໍ່... ແລະ ເຮົາຮູ້ຈັກຜູ້ອອກແບບ ນີ້ໄດ້ບໍ່? ກະລຸນນາເຂົ້າໃຈວ່ານີ້ບໍ່ແມ່ນເຈດຕະນາຂອງຄວາມຫວັງ (HOPE) ທີ່ຈະພິສູດພຣະເຈົ້າ ແຕ່ກັບຫວັງທີ່ຈະເປີດເຜີຍພຣະອົງແທນ. ດັ່ງທີ່ຜູ້ບັນຍາຍກ່າວໃນຕອນຕົ້ນຂອງວີດີໂອ,“ ສຳລັບຜູ້ທີ່ຊອກຫາຄຳຕອບ, ສຳລັບຜູ້ທີ່ກຳລັງຟັງຢູ່, ກໍ່ຈະໄດ້ຍິນສຽງ.”

ແລ້ວທ່ານເດ? ທ່ານ ກຳລັງຟັງຢູ່ບໍ? ບາງທີທ່ານອາດຈະ ເຄີຍ ຄິດວ່າພຣະເຈົ້າບໍ່ມີຈີງ, ຫຼືບາງທີທ່ານເຊື່ອວ່າພຣະເຈົ້າມີຢູ່ແທ້, ແຕ່ທ່ານກໍ່ບໍ່ຮູ້ແທ້ວ່າ ພຣະເຈົ້າເປັນແບບໃດ. ສຳລັບຈຸດປະສົງຂອງການຮຽນ, ທ່ານຄວນຈະຖາມຕົວເອງ ກ່ອນທີ່ຈະລົງເລີກໄປກວ່ານີ້, “ຂ້ອຍໄດ້ຟັງແທ້ບໍ່? ມັນຈະເປັນໄປໄດ້ບໍ່ ໃນບາງສິ່ງທີ່ກ່ຽວກັບ ພຣະເຈົ້າທີ່ຂ້ອຍຍັງບໍ່ທັນໄດ້ຍີນ ຫຼື ໄດ້ເຂົ້າໃຈ?”

ໃນພຣະຄຳພີພວກເຮົາພົບເຫັນຂໍ້ພະຄຳໜຶ່ງ ທີ່ພຣະເຈົ້າໄດ້ກ່າວມາແຕ່ດົນແລ້ວ, ແຕ່ມະນຸດບໍ່ເຄີຍຟັງສຽງຂອງພຣະເຈົ້າ ແລະ ກໍ່ບໍ່ໄດ້ຍິນສຽງຂອງພຣະອົງເລີຍ.

ຕັ້ງແຕ່ເລີ່ມສ້າງໂລກມາ ສະພາບທີ່ບໍ່ປະກົດຂອງພຣະເຈົ້າ ຄືລິດທານຸພາບອັນຖາວອນ ແລະ ຄວາມເປັນພຣະເຈົ້າຂອງພຣະອົງ ກໍ່ໄດ້ປາກົດແຈ້ງໃນສັບພະສິ່ງທີ່ພຣະອົງຊົງສ້າງ. ສະນັ້ນພວກເຂົາຈຶ່ງບໍ່ມີຂໍ້ແກ້ຕົວໄດ້, ເພາະພວກເຂົາໄດ້ຮູ້ຈັກພຣະເຈົ້າແລ້ວ, ແຕ່ພວກເຂົ້າບໍ່ໄດ້ຖວາຍກຽດແກ່ພຣະອົງ ສົມກັບການຊົງເປັນພຣະເຈົ້າ ທັັງບໍ່ໄດ້ໂມທະນາຂອບພຣະຄຸນພຣະອົງ ກົງກັນຂ້າມ ຄວາມຄິດຂອງພວກເຂົາຊ້ຳກາຍເປັນສີ່ງບໍມີປະໂຫຍດ ແລະ ໃຈໂງ່ຂອງພວກເຂົາກໍ່ມຶດມົວໄປ (ໂຣມ 1:20-21).  

ພຣະເຈົ້າບໍ່ໄດ້ມາຢູ່ເສີຍ, ຕັ້ງແຕ່ເວລາເລີ່ມຕົ້ນສ້າງໂລກພຣະອົງໄດ້ກ່າວຜ່ານການຊົງສ້າງຂອງພຣະອົງ ແລະ ເປັນເວລາດົນນານ, ແທນທີ່ຈະໄດ້ຮັບການເປີດເຜີຍ ແລະ ຖວາຍກຽດແກ່ພຣະ ເຈົ້າ, ຜູ້ຄົນໄດ້ຄິດເອົາເອງວ່າພຣະເຈົ້າເປັນແບບໃດ. ດັ່ງທີ່ເຮົາເຫັນຈາກ ຂໍ້ພຣະຄຳພີໂຣມ ບົດທີ່ 1.  ຜົນຂອງການຄາດເດົາ ກໍ່ໄຮ້ປະໂຫຍດ ຖ້າເຮົາອ່ານຂໍ້ພຣະຄຳພີໂຣມ ບົດທີ່ 1 ຕື່ມອີກເຮົາຈະເຫັນວ່າໃນທີ່ສຸດຜົນຂອງການຄາດເດົານັ້ນກໍ່ຈະນຳໄປຊູ່ໄພພິບັດ. ໂຣມ 1

ສຳລັບຫຼັກສູດການສຶກສາຂອງພວກເຮົາ, ທ່ານຈະຄິດໄຕ່ຕອງ ກ່ຽວ ກັບພຣະເຈົ້າ (ຫຼືຍາກທີ່ຈະສະແຫວງຫາພຣະເຈົ້າ) ແລ້ວພຣະອົງຈະຈະອສຳແດງພຣະອົງບໍ່? ທ່ານຈະຟັງສຽງຂອງພຣະເຈົ້າແທນທີ່ຈະຕິດຢູ່ກັບ ຄວາມ ຄິດຫຼືຄວາມສົງໄສຂອງທ່ານເອງບໍ່? ຖ້າທ່ານສົນໃຈ, ຄູ່ມືການ ຮຽນນີ້ສາມາດນຳທາງທ່ານປະຈົນໄພຄົ້ນຫາຄວາມເຊື່ອຂອງທ່ານໄດ້.

ການຕັ້ງຖາມ ແລະ ຜົນສະທ້ອນ

  • ບາງຄົນໄດ້ຍິນພຽງແຕ່ສຽງທີ່ພວກເຂົ້າຕ້ອງການຟັງຫຼືຍາກຟັງເທົ່ານັ້ນ... ລອງຄິດທົບທວນບາງຢ່າງໃນສິ່ງທີ່ອາດຈະເຮັດໃຫ້ຜູ້ໃດຜູ້ໜື່ງຟັງ ແລະ ໄດ້ຍິນສຽງຈາກພຣະເຈົ້າແທ້ໆ:
    • ຄວາມອວດອົ່ງຖະນົງຕົວ - ສີ່ງທີ່ຕ້ອງຢູ່ໃນການຄວບຄຸມ
    • ແນ່ນອນການດຳລົງຊີວິດ - ພຶດຕິກຳທີເຮົາຮູ້ວ່າ ພຣະເຈົ້າບໍ່ພໍໃຈ, ແຕ່ເຮົາກໍ່ບໍ່ຍອມປ່ຽນແປງ
    • ບາດແຜ - ຄວາມເຈັບປວດທີ່ເຄີຍມີຈາກອາດິດ ທີເຮັດໃຫ້ ເຮົາກາຍເປັນຄົນທີ່ບໍ່ໄວ້ວ່າງໃຈຄົນອື່ນ
       
  • ມີສິ່ງໃດອີກທີ່ເຮັດ ໃຫ້ຄົນບໍ່ຍອມຟັງສຽງແຫ່ງ ຄວາມຈີງຂອງພຣະເຈົ້າ?
  • ເຈົ້າຈະຕອບຄຳຖາມນີ້ແນວໃດ, “ເປົ້າຫມາຍຊີວິດ ແມ່ນຫຍັງ“? ຫຼື ສະເພາະເຈາະຈົງກວ່ານີ້, “ ເປົ້າຫມາຍຂອງຊີວິດທ່ານແມ່ນຫຍັງ“?
  • ຮູບພາບຂອງພະເຈົ້າແມ່ນຢູ່ໃນລະດັບໃດທີ່ອີງໃສ່ການຄາດເດົາຂອງທ່ານຫຼາຍກວ່າການເປີດເຜີຍຂອງພຣະອົງ?

ຕັດສິນໃຈ ແລະ ປະຕິບັດ

ມີຂໍ້ພຣະຄຳພີອີກຂໍ້ໜື່ງໄດ້ກ່າວວ່າ: “ຖ້າເຈົ້າຊອກຫາເຮົາຍ່າງ ສຸດຈິດສຸດໃຈພວກເຈົ້າກໍ່ຈະພົບເຮົາ" (ຢາເຣມີຢາ 29:13).   

ບໍ່ວ່າຄວາມສໍາພັນຂອງທ່ານກັບພຣະເຈົ້າຈະຢູ່ຈຸດໃດກໍ່ຕາມ ຂໍ້ພະຄໍາພີນີ້ແມ່ນສັບລັບທ່ານ. ທ່ານອາດຈະເຄີຍຕັ້ງຄຳຖາມ ກ່ຽວກັບການຊົງຢູ່ຂອງພຣະເຈົ້າ, ຫຼືທ່ານອາດຈະເອີ້ນຕົວເອງ ວ່າເປັນຜູ້ເຊື່ອພຣະເຈົ້າແລ້ວ, ແຕ່ທ່ານຕ້ອງການຍາກຮູ້ຈັກ ກັບ ພຣະເຈົ້າຫຼາຍຂື້ນ. ພຣະອົງຊົງສັນຍາວ່າເມື່ອເຮົາຊອກ ຫາພຣະເຈົ້າສຸດຈິດສຸດໃຈ ເຮົາຈະເຫັນພຣະອົງ.

ດັ່ງທີ່ທ່ານເລີ່ມສຶກສາບົດຮຽນນີ້, ຈົ່ງກຽມຕົວຂອງທ່ານທີ່ຈະ ໃຫ້ພຣະເຈົ້າກ່າວກັບທ່ານວ່າພຣະອົງແມ່ນໃຜ ແລະ ຄົ້ນພົບສິ່ງໃໝ່ໆກ່ຽວກັບພຣະເຈົ້າ ແລະ ຕົວຂອງທ່ານເອງ. ຕັ້ງໝັ້ນວ່າທ່ານຈະ “ຊອກຫາພຣະເຈົ້າສຸດຈິດສຸດໃຈ“ ແລະ ບັນທຶກເປົ້າໝາຍເພື່ອໃຫ້ເກີດຜົນ:  

‘’ເມື່ອຂ້ອຍເລື່ມຕົ້ນຮຽນກ່ຽວກັບ (The HOPE) ‘’ຄວາມຫວັງ’’ ຂ້ອຍຈະ

Footnotes

1Dr. Hugh Moorhead, The Meaning of Life (Chicago Review Press, December 1988). Dr. Moorhead, a philosophy professor at Northeastern Illinois University, once wrote to 250 of the best–known philosophers, scientists, writers, and intellectuals in the world, asking them, “What is the meaning of life?” Their responses are published in this book.